ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລຸ້ນ​ໃໝ່ ຂອງ​ປະເທດຕວກ​ກີ


ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລຸ້ນ Bayraktar-TB2

     ໜັງສືພິມ​ກອງທັບປະຊາຊົນ ຫວຽດນາມ ​ລາຍ​ງານ​ວ່າ: ຫຼັງ​ຈາກ​ປະສົບ​ຜົນສຳເລັດ​ການ​ພັດທະນາ​ ແລະ ຜະລິດ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ລຸ້ນ
Bayraktar-TB2 ແລະ Akinci (UAVs), ບໍລິສັດ Baykar ຂອງ​ ຕວກ​ກີ​ ຍັງ​ສືບຕໍ່​ເປີດ​ຕົວ​ຜະລິດ​ຕະ​ພັນ​ໃໝ່​ເປັນຕົ້ນ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ
ລຸ້ນ Kizilelma, ມີ​ປີກ​ເປັນ​ຮູບ​ສາມຫຼ່ຽມ, ຫາງ​ຄູ່, ຕິດ​ຕັ້ງ​ດ້ວຍ​ລະບົບ photoelectric EOTS. Kizielma ມີ​ຄວາມ​ຍາວ 14.7 ແມັດ,
ປີກ 10 ແມັດ ແລະ ສູງ 10 ແມັດ. ໃຊ້​ເຄື່ອງ​ຈັກ jet Subsonic ມີ​ຄວາມ​ໄວ​ສູງ​ສຸດ 900 ກິໂລແມັດ​ຕໍ່​ຊົ່ວໂມງ, ຄວາມ​ໄວໃນ​ເວລາ​ບິນ 740
ກິໂລແມັດ​ຕໍ່​ຊົ່ວໂມງ ແລະ ໄລຍະ​ບິນ​ສູ້​ຮົບ 930 ກິ ໂລແມັດ, ເພດານ​ບິນ​ສູງ​ເກືອບ 12 ກິໂລແມັດ ແລະ ເວລາ​ບິນ​ຕໍ່​ເນື່ອງ​ເປັນ​ເວລາ 5 ຊົ່ວໂມງ.

     ໃນ​ອະນາຄົດ​ຄາດ​ວ່າ: ເຮືອ​ບິນ​ຈະ​ມີ​ເຄື່ອງ​ຈັກ​ທີ່​ທັນ​ສະໄໝ​ຫຼາຍ​ຂຶ້ນ, ເຮັດ​ໃຫ້​ມັນ​ບັນລຸ​ຄວາມ​ໄວ supersonic, ຜູ້​ຜະລິດ​ວາງ​ແຜນ​ຈະ
​ຕິດ​ຕັ້ງ​ເຄື່ອງ​ຈັກ​ສອງ​ເຄື່ອງ, ນຳ້ໜັກ​ສູງ​ສຸດ​ຂອງ Bayraktar Kizielma ແມ່ນ 6 ໂຕນ, ບັນທຸກ​ນ້ຳໜັກ​ໄດ້​ສູງ​ເຖິງ 1.5 ໂຕນ. ເຮືອ​ບິນ​ຮົບ
​ບໍ່​ມີ​ຄົນ​ຂັບ​ຊະນິດ​ນີ້, ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ພະຍາຍາມ​ຂອງ ຕວກ​​ກີ ຢ່າງ​ແຂງແຮງ​ໃນ​ດ້ານ​ການ​ພັດທະນາ​ອຸດສາຫະກຳ​ປ້ອງ​ກັນ​ຊາດ​ຂອງ​
ປະເທດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/09/2023